ຂໍຮຽນທ່ານພໍ່ແມ່ແລະຍາດພີ່ນ້ອງທີ່ຮັກແລະນັບຖື:

Letters For Black Lives
Letters for Black Lives
2 min readJun 8, 2020

--

This is the Lao version of the open letter created by Letters for Black Lives, an ongoing crowdsourced project for people to create and translate multilingual and culturally-aware resources aimed at creating a space for open and honest conversations about racial justice, police violence, and anti-Blackness in our families and communities.

ພວກເຮົາມີເລື່ອງທີ່ຢາກປຶກສາ.

ພວກພໍ່ແມ່ອາດຈະບໍ່ມີໝູ່, ເພື່ອນຮ່ວມງານ, ຫຼືຄົນຮູ້ຈັກທີ່ເປັນຄົນຜິວດຳຫຼາຍ, ແຕ່ເຮົາມີ. ຄົນຜິວດຳເປັນສ່ວນທີ່ສຳຄັນສ່ວນໜຶ່ງໃນຊີວິດຂອງເຮົາ: ພວກເຂົາເປັນໝູ່ເພື່ອນ, ເປັນເພື່ອນບ້ານ, ເປັນຄົນໜຶ່ງໃນຄອບຄົວຂອງເຮົາ. ຂ້ານ້ອຍຮູ້ສຶກຢ້ານກົວແທນພວກເຂົາ.

ເມື່ອບໍ່ດົນມານີ້, ຢູ່ລັດ ມິນນິໂຊຕາ (Minnesota), ຕຳຫຼວດຄົນຜິວຂາວໄດ້ຂ້າ ຊາຍຄົນຜິວດຳຊື່ ຈອດຈ໌ ຟລອຍດ໌ (George Floyd) ໂດຍໃຊ້ (ນ້ຳໜັກຫົວເຂົ່າຂອງຕົນຂົ່ມລົງ) ທີ່ຄໍຂອງລາວ ດົນປະມານ 9 ນາທີ — ໂດຍບໍ່ສົນໃຈ ກັບສຽງຮ້ອງໄຫ້ ແລະຄຳຂໍຮ້ອງຊໍ້າໆວ່າຂ້ອຍບໍ່ສາມາດຫາຍໃຈໄດ້. ຕຳຫຼວດອີກສອງຄົນ ຊ່ວຍກົດດັນລາວລົງທີ່ພື້ນ ໃນຂະນະທີ່ຕຳຫຼວດຜູ້ທີ່ສີ່ ເຊິ່ງເປັນຄົນເຊື້ອຊາດອາຊີຢືນເຝົ້າ ປ້ອງກັນແລະບໍ່ໄດ້ເຂົ້າໄປຫ້າມ.

ເຫດການແນວນີ້ບໍ່ໄດ້ເກີດຂຶ້ນພຽງແຕ່ຄັ້ງດຽວ. ໃນເດືອນ 5 (ພຶດສະພາ) ທີ່ຜ່ານມານີ້, ຕຳຫຼວດຂ້າ ທ້າວ ເດຣສຈອນ ຣີດ (Dreasjon Reed) ຢູ່ລັດອິ່ນດີ່ແອ່ນ້າ (Indiana) ແລະ ທ້າວ ໂທ່ນີ້ ແມັກເດດ (Tony McDade) ຢູ່ ລັດຝລໍ່ຣີ່ດ້າ (Florida), ແລະ ນາງ ບຣີ່ໂອ່ນ້າ ເທ່ເລີ້ (Breonna Taylor) ຢູ່ ລັດເຄັ່ນທັ່ກກີ້ (Kentucky) ໃນເດືອນ 4 (ມີນາ). ແລະຍັງມີອະດີດນັກສືບຄົນໜຶ່ງຂ້າ ທ້າວ ອ່າມອດ ອໍ່ເບີ່ຣີ້ (Ahmaud Arbery) ຢູ່ ລັດຈອດເຈຍ (Georgia) ໃນເດືອນ 2 (ກຸມພາ).

ຕຳຫຼວດສ່ວນໃຫຍ່ຍັງບໍ່ທັນໄດ້ປະເຊີນກັບຜົນສະທ້ອນຂອງການຂ້າຄົນຜິວດຳ ເຖິງແມ່ນວ່າຈະມີຂ່າວສານຕິດຕາມເລື່ອງຢ່າງກວ້າງຂວາງ. ແຕ່ຖ້າທ່ານລອງຄິດເບິ່ງວ່າ ເຄີຍມີເຫດການແບບນີ້ອີກຫຼາຍປານໃດທີ່ບໍ່ໄດ້ຖືກບັນທຶກໄວ້ ຫຼືບໍ່ມີພະຍານຊ່ວຍຢືນຢັນ.

ນີ້ຄືເຫດການຈິງເຊິ່ງຄົນຜິວດຳຫຼາຍຄົນທີ່ຂ້ານ້ອຍເປັນຫ່ວງເປັນໄຍນັ້ນ ຕ້ອງໃຊ້ຊີວິດຢູ່ຢ່າງ ຫົດຫູ່ໃນປະຈຳວັນ.

ທ່ານອາດຈະຄິດວ່າ: ພວກເຮົາແມ່ນປວງຊົນສ່ວນນ້ອຍເຊັ່ນດຽວກັນ. ພວກເຮົາຍົກຍ້າຍ ຖິ່ນຖານມາສະຫະລັດອາເມລິກາດ້ວຍມືເປົ່າແລະຍັງສ້າງຊີວິດທີ່ດີເພື່ອໂຕເຮົາ ແລະຄອບຄົວ ຂອງເຮົາໄດ້ ເຖິງວ່າຈະມີອຸປະສັກທາງດ້ານການຈຳແນກ ທີ່ພວກເຮົາຕ້ອງປະເຊີນຕະຫຼອດ. ແລ້ວດ້ວຍເຫດໃດ ພວກຄົນຜິວດຳນີ້ຈະບໍ່ສາມາດກ້າວຂ້າມອຸປະສັກນີ້ໄດ້ຄືກັບພວກເຮົາ?

ຂ້ານ້ອຍຢາກແບ່ງປັນຄວາມຄິດເຫັນບາງຢ່າງນຳພວກທ່ານ ຂ້ານ້ອຍຈະເອົາເລື່ອງນີ້ມາສູ່ ທຸກໆທ່ານດ້ວຍຄວາມຮັກແລະຫວັງດີ ຍ້ອນວ່າ ຂ້ານ້ອຍຢາກໃຫ້ທຸກຄົນນັ້ນ ລວມທັງ ຂ້ານ້ອຍ ເອງປະພຶດຕົວໃຫ້ດີຂື້ນ

ສ່ວນຫຼາຍ, ເວລາພວກເຮົາຍ່າງຕາມຖະໜົນຫົນທາງຄົນອື່ນຈະບໍ່ຄິດວ່າເຮົາແມ່ນຄົນອັນ ຕະລາຍ. ພວກເຮົາບໍ່ເຄີຍອອກຈາກເຮືອນໂດຍຕ້ອງສົງໄສວ່າເຮົາຈະໄດ້ກັບຄືນບ້ານໃນຄໍ່າຄືນ ນັ້ນຫຼືບໍ່. ພວກເຮົາບໍ່ເຄີຍມີການຢ້ານເສຍຊີວິດຖ້າວ່າເຮົາຖືກຕຳຫຼວດຢຸດ.

ແຕ່ນີ້ບໍ່ແມ່ນກໍລະນີຂອງພວກຄົນຜິວດຳທີ່ເປັນໝູ່ຄູ່ຂອງພວກເຮົາ.

ຄົນຜິວດຳສ່ວນໃຫຍ່ແມ່ນລູກຫລານຂອງປະຊາຊົນທີ່ຖືກຂາຍໄປເປັນຂ້າທາດທີ່ຖືກນຳຕົວມາທີ່ນີ້ ໂດຍການບັງຄັບ. ຫຼາຍສະຕະວັດທີ່ຜ່ານມາ ຊຸມຊົນຄອບຄົວຂອງເຂົາແມ້ກະທັ້ງຕົວຕົນ ເຂົາເຈົ້າເອງ ໄດ້ຖືກທຳຮ້າຍດັ່ງພວກເຂົາບໍ່ແມ່ນມະນຸດ ແຕ່ປານສັບສິນເພື່ອແລກປ່ຽນຜົນກຳໄລ.

ຂະໜາດຫຼັງຈາກການໃຊ້ແຮງງານຂ້າທາດໄດ້ສິ້ນສຸດໄປແລ້ວ ລັດຖະບານຍັງບໍ່ບໍ່​ອະ​ນຸ​ຍາດໄຫ້ ພວກເຂົາສ້າງຊີວິດໃໝ່ — ໂດຍບໍ່ມີສິດເລືອກຕັ້ງ, ບໍ່ມີສິດສຶກສາຮໍ່າຮຽນຫຼືສິດຊື້ເຮືອນແລະ ປະກອບກິດຈະການອັນໃດເລີຍ ຄວາມບໍ່ເທົ່າທຽມກັນໃນສັງຄົມດັ່ງກ່າວໄດ້ຮັບການສະໜັບສະ ໜູນຈາກຕຳຫຼວດ, ການບໍລິຫານຄຸກແລະລະບົບຕຸລາການຕ່າງໆ — ເຊິ່ງມີທີ່ມາຈາກ ຜູ້ລາດຕະເວນຜິວຂາວທີ່ຄຸ້ມຊະເລີຍແລະໄຮ່ສວນ. ດັ່ງນັ້ນຄົນຜິວດຳຈື່ງຕ້ອງດຳລົງຊີວິດຢູ່ ພາຍໃຕ້ໄພຂົ່ມຂູ່ແລະຄວາມຮຸນແຮງຕະຫຼອດເວລາຈົນເຖິງປະຈຸບັນ. ການກົດຂີ່ຂົ່ມເຫັງ ຂອງພວກເຂົາບໍ່ໄດ້ສິ້ນສຸດລົງ; ມັນພຽງເເຕ່ມີການປ່ຽນແປງຮູບແບບເທົ່ານັ້ນ.

ຄົນຜິວດຳບໍ່ພຽງແຕ່ມີຄວາມບາກບັ່ນເທົ່ານັ້ນແຕ່ຍັງມີຄວາມອົດທົນຕໍ່ສູ້ຢູ່.ພວກເຂົາຖືກຕຳຫຼວດທຸບຕີຂັງຄຸກແລະຖືກຂ້າຕາຍໃນຂະນະທີ່ຕໍ່ສູ້ເພື່ອສິດທິຫຼາຍຢ່າງທີ່ພວກເຮົາມີມື້ນີ້. ເຖິງແມ່ນວ່າຢູ່ໃນລະບົບທີ່ບໍ່ຍຸດຕິທຳທີ່ເຮັດໃຫ້ພວກເຮົາຕໍ່ຕ້ານເຊິ່ງກັນແລະກັນ, ພວກຜູ້ນຳຂອງມວນຊົນຄົນຜິວດຳໄດ້ຊ່ວຍເຫຼືອສະໜັບສະໜູນໃຫ້ຊາວອົບພະຍົບມາຢູ່ທີ່ນີ້,ພວກເຂົາຊ່ວຍເຫຼືອປ່ຽນແປງກົດໝາຍທີ່ບໍ່ຍຸດຕິທຳຕໍ່ຄົນເຂົ້າເມືອງແລະການຈຳແນກເຊື້ອຊາດສຳລັບພວກເຮົາທຸກຄົນ.

ເຖິງວ່າຈະມີຄວາມຄືບໜ້າແທ້ ແຕ່ທີ່ຈິງແລ້ວລະບົບທີ່ບໍ່ຍຸດຕິທຳນີ້ຍັງລອຍນວນຢູ່ທຸກມື້. ຫຼັງຈາກຫຼາຍຮ້ອຍປີມາແລ້ວລັດຖະບານຂອງພວກເຮົາກໍຍັງຂ້າຄົນຜິວດຳໂດຍທີ່ບໍ່ມີການສຳນຶກເຖິງສິນລະທຳຫຼືຜົນສະທ້ອນຫຍັງເລີຍ.

ຂ້ານ້ອຍເຂົ້າໃຈວ່າ ທ່ານອາດຈະເປັນຫ່ວງແລະຢ້ານເວລາເຫັນການລັກລອບແລະການທຳລາຍ ສັບສິນຮ້ານແລະທູລະກິດຕ່າງໆ ແຕ່ລອງຄິດເບິ່ງວ່າທ່ານຈະເບື່ອໜ່າຍແລະສິ້ນຫວັງຊໍ່າໃດ ຖ້າຕ້ອງປະທະກັບການຂົ່ມຂູ່ຮ້າຍທີ່ບັນພະບຸລຸດຂອງທ່ານ ໄດ້ຕໍ່ຕ້ານມາເຊັ່ນດຽວກັນນັ້ນ. ທ່ານຈະບໍ່ເສຍໃຈບໍ? ເມື່ອເຫັນວ່າ ວັດຖຸສິ່ງຂອງ ໄດ້ຖືກຍົກສູງໃຫ້ມີຄຸນຄ່າເໜືອກວ່າ ຊີວິດຂອງຄົນທີ່ເຮົາຮັກຫຼືລູກຫຼານເຮົາເອງ. ທ່ານຈະເຈັບໃຈຫຼາຍຊໍ່າໃດເຖິງຕ້ອງເສຍສະລະ ແລະສ່ຽງຊີວິດຮ່ວມການປະທ້ວງດັງນີ້ ໃນທ່າມກາງເຊື້ອໂລກລະບາດ.

ນີ້ແຫຼະຄືເຫດຜົນທີ່ ຂ້ານ້ອຍ ສະໜັບສະໜູນຂະບວນການເຄື່ອນໄຫວ ຊີວິດຂອງຄົນຜິວດຳກະ ມີຄວາມໝາຍແລະຄຸນຄ່າ (Black Lives Matter)

ສ່ວນໜຶ່ງຂອງການສະໜັບສະໜູນນັ້ນໝາຍຄວາມວ່າອອກມາເວົ້າໃນເວລາທີ່ລູກເຫັນຄົນໃນຊຸມຊົນ — ແມ່ນແຕ່ໃນຄອບຄົວຂອງລູກເອງ — ເວົ້າ ຫຼື ເຮັດໃນສິ່ງທີ່ຫລຸດຜ່ອນຄວາມເປັນ ມະນຸດສະທັມຂອງຄົນຜິວດຳ. ຄວາມງຽບຂອງພວກເຮົາມີຜົນກະທົບທາງລົບຂອງຄວາມ ເປັນມະນຸດ ເພາະສະນັ້ນພວກເຮົາມີຄວາມຮັບຜິດຊອບທີ່ຕ້ອງອອກມາເວົ້າກ່ຽວກັບມະນຸດ ສະທັມ.

ຂ້ານ້ອຍຮູ້ສຶກຊາບຊຶ້ງໃນບຸນຄຸນສຳລັບການດີ້ນລົນທີ່ທ່ານໄດ້ປະສົບຢູ່ໃນປະເທດທີ່ບໍ່ເຄີຍສະ ແດງຄວາມກະລຸນາຕໍ່ທ່ານ. ພວກເຮົາຖືກຕຳນິວ່ານຳພາຄວາມທຸກຍາກ, ໂລກໄພໄຂ້ເຈັບ, ການກໍ່ການຮ້າຍແລະອາຊະຍາກຳ ທ່ານໄດ້ປະສົບຄວາມທຸກທໍລະມານໃນປະເທດອາເມລິກາ ທີ່ມີອະຄະຕິເພື່ອໄຫ້ລູກຫຼານໃດ້ມີຊີວິດທີ່ດີຂື້ນ.

ແຕ່ການດີ້ນລົນທີ່ທ່ານໄດ້ປະສົບກໍ່ເຮັດໃຫ້ມັນຈະແຈ້ງຂຶ້ນ ເຫັນເຖິງຄວາມສາມັກຄີ ແລະພວກເຮົາບໍ່ສາມາດຮູ້ສຶກປອດໄພຈົນກວ່າຄົນຜິວດຳທີ່ແມ່ນໝູ່ຄູ່ມິດສະຫາຍ, ຄົນທີ່ຮັກແລະເພື່ອນບ້ານຂອງພວກເຮົາປອດໄພ. ໂລກທີ່ພວກເຮົາມຸ້ງຫມາຍແມ່ນບ່ອນທີ່ພວກເຮົາ ທຸກຄົນສາມາດຢູ່ໄດ້ໂດຍບໍ່ຕ້ອງຢ້ານກົວ. ນີ້ແມ່ນອະນາຄົດທີ່ຂ້ານ້ອຍປາຖະຫນາ — ແລະຂ້ານ້ອຍກໍ່ຫວັງວ່າທ່ານປາຖະຫນາ ເຊັ່ນດຽວກັນ.

ດ້ວຍຄວາມຮັກແລະຄວາມຫວັງດີ

ຈາກລູກຫຼານທຸກຄົນ

Contributors:

  • Jennifer Banyadith
  • Chinnaly Norasing
  • Amphaphone Luangkhamdeng
  • Bambi Phonesavanh
  • Saengmany Ratsabout
  • Phonetip Sivilay
  • Akarath Soukhaphon
  • Soutthida Soukthavone
  • Latana Thaviseth
  • Jonathan Vorasane

ນີ້ແມ່ນຈົດໝາຍທີ່ແປເປັນພາສາລາວຈາກຕົ່ນສະບັບຂອງໂຄງການຈົດໝາຍສຳລັບຊີວິດຂອງຄົນຜິວດຳ (Letters for Black Lives), ຊື່ງເປັນໂຄງການທີ່ແປແລະເພີຍແພຂໍ້ມູນລາຍລະອຽດ ທີ່ກຽວກັບການມີອັກຄະຕິຕໍ່ຄົນຜິວດຳ ເພື່ອໃຫ້ສັງຄົມຂອງເຂົາມີຄວາມສະມັກຄີແລະເປັນອັນນີ່ງອັນດຽວກັນ ກັບຂະບວນການເຄື່ອນໄຫວ ຊີວິດຂອງຄົນຜິວດຳກະມີຄວາມໝາຍແລະຄຸນຄ່າ (#BlackLivesMatter). ຈົດໝາຍນີ້ມີຫຼາຍຮ້ອຍຄົນທີ່ຮ່ວມຈິດຮ່ວມໃຈໄດ້ຂຽນຂືນແລະແປເພາະເຂົາເຫຼົ່ານັ້ນຢາກມີການສົນທະມາເຣື້ອງທີ່ສຳຄັນຂອງເຂົາກັບພໍ່ແມ່ຜູ້ອາວຸໂສທີ່ປ່ຽມໄປດ້ວຍຄວາມເຄົາລົບແລະຈີງໃຈ.

--

--